ແຜນພັດທະນາ 5 ປີ (2026-2030) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 10 ເມສາ 2025. ມີສະມາຊິກພັກສົມບູນ ຈຳນວນ 68 ສະຫາຍ, ຍິງ 27 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ທັງໝົດ 77 ສະຫາຍ; ມີບັນດາສະຫາຍສະມາຊິກອາວຸໂສບຳນານ, ແຂກຮັບເຊີນຈາກບັນດາສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າຄະນະໜ່ວຍພັກຮາກຖານບັນດາຫ້ອງການ, ກົມ ຈໍານວນ 10 ສະຫາຍ, ຍິງ 3 ສະຫາຍ. ບັນດາສະຫາຍເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງ ທີ່ວາງໄວ້.
ກອງປະຊຸມ ໄດ້ຕີລາຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ຕີລາຄາຈຸດດີຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ, ພ້ອມທັງບົດຮຽນທີ່ຖອດຖອນໄດ້ຈາກການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ໃນ 5 ປີ ຜ່ານມາ. ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2026-2030 ຊຶ່ງມີເນື້ອໃນຕົ້ນຕໍ: ການນໍາພາວຽກງານການເມືອງແນວຄິດ, ວຽກງານກົງຈັກການຈັດຕັ້ງ ແລະ ປັບປຸງກໍ່ສ້າງພັກ, ວຽກງານວິຊາສະເພາະ, ວຽກງານຕິດຕາມກວດກາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານພົວພັນຕ່າງປະເທດ. ໃນນີ້ໄດ້ກຳນົດເອົາເປົ້າໝາຍສູ້ຊົນ ດັ່ງນີ້:
- ຮັບປະກັນໃຫ້ມີຍົມຕຳລາຮຽນໃຫ້ທຸກຊັ້ນທຸກສາຍ ສໍາລັບຊັ້ນມັດທະຍົມສຶກສາ; ຮັບປະກັນໃຫ້ມີການພັດທະນາຫຼັກສູດສາຍວິທະຍາສາດສັງຄົມ ແລະ ສາຍວິທະຍາສາດທໍາມະຊາດ ສຳລັບຊັ້ນມັດທະຍົມສຶກສາ; ຮັບປະກັນໃຫ້ມີການທົບທວນຄືນເນື້ອໃນຫຼັກສຸດວິຊາຄຸນສົມບັດ ໃນຊັ້ນປະຖົມສຶກສາ, ວິຊາສຶກສາພົນລະເມືອງ ໃນຊັ້ນມັດທະຍົມສຶກສາ ໃຫ້ສໍາເລັດ;
- ຄົ້ນຄວ້າ, ຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ແລະ ປຶ້ມປະຫວັດວັນນະຄະດີ ໄລຍະປີ 1986-2021 ໃຫ້ສໍາເລັດຢ່າງມີຄຸນນະພາບ; ພັດທະນາວັດຈະນານຸກົມແບບເອເລັກໂຕຣນິກ (ແອັບພລິເຄຊັນ) ບັນຈຸຄໍາສັບພາສາລາວທີ່ຫຼາກຫຼາຍ ໃຫ້ໄດ້ນຳໃຊ້ຢ່າງກວ້າງຂວາງ, ມີລັກສະນະວິທະຍາສາດ ແລະ ທັນສະໄນ, ເຜີຍແທ້ຫຼັກການນໍາໃຊ້ພາສາລາວ ໃຫ້ແກ່ພະນັກງານພາຍໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ພະນັກງານຕ້ອງການ, ກົມ ແລະ ສະຖາບັນທີ່ຂຶ້ນກັບ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງກັບຂະແໜງການສຶກສາ, ຮຽບຮຽງເອກະສານຄຳສັບທີ່ມັກຂຽນຜິດ ພ້ອມທັງກວດພິສຸດອັກສອນຕໍ່ເອກະສານນິຕິກໍາ ພາຍໃນກະຊວງສຶກສາທິການ ແລະ ກິລາ ໃຫ້ມີຄວາມເປັນເອກະພາບກັນ ໃນການນໍາໃຊ້ພາສາລາວ, ຄົ້ນຄວ້າປັບປຸງເອກະສານນະໂຍບາຍພາສາລາວ ແລະ ເຜີຍແຜ່ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບຮູ້ຢ່າງກວ້າງຂວາງ; ສືບຕໍ່ປັບປຸງຫຼັກການນໍາໃຊ້ພາສາລາວ;
- ສືບຕໍ່ຄົ້ນຄວ້າ ແລະ ປະເມີນຜົນການຮຽນຂອງນັກຮຽນ ສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນລະດັບພາຍໃນປະເທດ ແລະ ພາກພື້ນ, ເຜີຍແຜ່ຜົນປະເມີນ ເພື່ອສາມາດຮັບໃຊ້ໃຫ້ແຜນນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ, ຮັບປະກັນການສ້າງຄັງຂໍ້ສອບໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ແລະ ສືບຕໍ່ສ້າງວາລະສານວິທະຍາສາດ ໃຫ້ຕໍ່ເນື່ອງ ແລະ ທັນສະໄໝ;
- ບັບປຸງວຽກງານໂຄສະນາຂ່າວສານ ໃຫ້ກວ້າງຂວາງ ແລະ ມີຄວາມທັນສະໄໝ ວ່ອງໄວຂຶ້ນກວ່າເກົ່າ; ສືບຕໍ່ຜະລິດໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ລາຍວັນ ອອນລາຍ, ສືບຕໍ່ຜະລິດວາລະສານສຶກສາໃໝ່ ແລະ ວາລະສານກິລາ; ສືບຕໍ່ສ້າງຜະລິດຂ່າວໂທລະພາບ, ສ້າງສາລະຄະດີວີດີໂອ ໃຫ້ຄວາມຮູ້ດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ມີຄວາມຫຼາກຫຼາຍ, ທັນສະໄໝຫຼາຍຂຶ້ນ ໂດຍຫັນໄປສູ່ການເຜີຍແຜ່ໃນຫຼາຍຊ່ອງທາງຂອງສັງຄົມອອນລາຍ ແລະ ຈັດລາຍການວິທະຍຸສຶກສາ-ກິລາ ໃຫ້ໄດ້ອອກອາກາດເປັນປົກກະຕິຕໍ່ເນື່ອງ ດ້ວຍຊ່ອງທາງ ທັງໃນລະບົບຄືນສັ້ນ (ເອເອັມ) ແລະ ລະບົບຄືນຍາວ (ເອັບເອັມ) ແລະ ສະໜອງຂໍ້ມູນຂ່າວສານ ແລະ ຮູບພາບໃຫ້ແກ່ເວັບໄຊ ສວສ ແລະ ກະຊວງສຶກສາທິການ ແລະ ກິລາ ໃຫ້ເປັນປົກກະຕິ;
- ຕິດຕາມ, ຊຸກຍູ້ການຈັດຕັ້ງການຮຽນການສອນພາສາຫວຽດ, ກຳນົດຫົວຂໍ້, ເນື້ອໃນປະຫວັດສາດສາຍພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າໃນ ຫຼັກສູດສາຍສາມັນ, ຂະຫຍາຍການຮຽນການສອນພາສາຍີ່ປຸ່ນ, ພາສາເກົາຫຼີ, ພາສາຣັດເຊຍ ແລະ ພາສາຈີນ ໃນໂຮງຮຽນສາມັນສຶກສາຂອງລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສືບຕໍ່ຊຸກຍູ້ການປະຕິບັດການຮ່ວມກັບໂຄງການຕ່າງໆຂອງສາກົນ ໃນການຈັດຕັ້ງປະຕິບັດການພັດທະນາຫຼັກ ສຸດ, ປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນການສອນພາສາອັງກິດ, ພາສາຕ່າງປະເທດທີສອງ ພ້ອມທັງປະເມີນສື່ການຮຽນການສອນພາສາເຫຼົ່ານັ້ນ ເພື່ອໃຫ້ແທດເໝາະກັບການຮຽນການສອນ ຢູ່ສາຍສາມັນສຶກສາ ໃນ ສປປ ລາວ;
- ປັບປຸງຫ້ອງສະໝຸດ, ລະບຽບການນໍາໃຊ້ຫ້ອງສະໝຸດ, ລະບົບຖານຂໍ້ມູນເກັບກຳຈໍານວນການຂຶ້ນທະບຽນປຶ້ມ, ຕິດຕາມ ແລະ ເກັບກຳສະຖິຕິການຢືມປຶ້ມ; ປັບປຸງລະບົບຖານຂໍ້ມູນຫ້ອງສະໝຸດເອເລັກໂຕຣນິກ (E-Library) ທີ່ທັນສະໄໝ ໃຫ້ເປັນລະບົບຂຶ້ນກວ່າເກົ່າ ພ້ອມທັງສືບຕໍ່ສ້າງຫ້ອງມູນເຊື້ອຂອງສະຖາບັນ ໃຫ້ໄດ້ເປີດນໍາໃຊ້ຕາມແຜນການ;
- ສ້າງຖານຂໍ້ມູນເກັບກໍາຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສ້າງຂຶ້ນ, ຖານຂໍ້ມູນເກັບກໍາຈໍານວນພິມແຕ່ລະຄັ້ງຂອງການພິມປຶ້ມແບບຮຽນ ແລະ ຄູ່ມືຄູສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ທັງງົບປະມານລັດ ແລະ ການສະໜັບສະໜູນຕ່າງໆ.


