ພະລະບົດບາດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຂຽນດ້ວຍຕົວອັກສອນຫຍໍ້ “ສວສ” ເປັນກົງຈັກບໍລິຫານໃນໂຄງປະກອບການຈັດຕັ້ງຂອງກະຊວງສຶກສາທິການກິລາ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີກ່ຽວກັບການຄົ້ນຄວ້າການສຶກສາກິລາ, ການຄົ້ນຄວ້າພາສາລາວ, ການພັດທະນາຫຼັກສູດ, ສື່ການຮຽນ-ການສອນ, ວິທີສອນ, ການໂຄສະນາຂ່າວສານການສຶກສາກິລາ, ຄົ້ນຄວ້າປະເມີນຜົນການສຶກສາຄຸ້ມຄອງການພັດທະນາສື່ການຮຽນການສອນທີ່ຕົນຜະລິດອອກສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;

ໂຄງປະກອບກົງຈັກຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາປະກອບມີ 1 ພະແນກ, 6 ສູນ 1 ຫ້ອງສະໝຸດ ຄື: 1). ພະແນກບໍລິຫານຄົ້ນຄວ້າ-ສັງລວມ, 2). ສູນພັດທະນາຫຼັກສູດ, 3). ສູນພັດທະນາສື່ການຮຽນ-ການສອນ, 4). ສູນສົ່ງເສີມພາສາຕ່າງປະເທດ, 5). ສູນຄົ້ນຄວ້າປະເມີນຜົນການສຶກສາ, 6). ສູນໂຄສະນາຂ່າວສານການສຶກສາກິລາ, 7). ສູນຄົ້ນຄວ້າພາສາລາວ. 8). ຫ້ອງສະໝຸດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີໂຄງປະກອບບຸກຄະລາກອນຄື: ມີຜູ້ອໍານວຍການສະຖາບັນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີຮອງລັດຖະມົນຕີກະຊວງສຶກສາທິການກິລາ; ມີຮອງຜູ້ອໍານວຍການຈໍານວນໜຶ່ງຊ່ວຍຜູ້ອໍານວຍການໃນການຊີ້ນໍາວຽກງານຂອງຕົນ, ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຜູ້ອໍານວຍການຮອງຜູ້ອຳນວຍ ການເປັນຜູ້ຮັກສາການແທນໃນເວລາຜູ້ອໍານວຍການຕິດຂັດພ້ອມທັງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນໃຫ້ຜູ້ອຳນວຍການພາຍຫຼັງກັບມາປະຈຳການ,ມີຜູ້ອໍານວຍການສູນ,ຮອງຜູ້ອໍານວຍການສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພະນັກ ງານວິຊາການຈໍານວນໜຶ່ງຮັບຜິດຊອບວຽກງານຕາມການກຳນົດຕຳແໜ່ງງານທີ່ຂັ້ນເທິງອະນຸມັດ. ປັດຈຸບັນມີພະນັກງານລັດຖະກອນທັງໝົດຈຳນວນ 104 ຄົນ.

ເອກກະສານເພີ່ມເຕີມ