ຄວາມເປັນມາ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຊື່ຫຍໍ້ວ່າ: "ສວສ” ເປັນກົງຈັກບໍລິຫານມີຖານະທຽບເທົ່າກົມ ໃນໂຄງປະກອບການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ. ໃນປີ 2021 ສວສ ມີພະນັກງານທັງໝົດ 113 ຄົນ, ຍິງ 51 ຄົນ, ແບ່ງເປັນ 5 ສູນ, 1 ພະແນກ ແລະ 1 ຫ້ອງສະໝຸດ ຄື: ສູນພັດທະນາສື່ການຮຽນການສອນ, ສູນພັດທະນາຫຼັກສູດ, ສູນຄົ້ນຄວ້າ ແລະ ປະເມີນຜົນ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສູນສົ່ງເສີມ ພາສາຕ່າງປະເທດ, ພະແນກບໍລິຫານ ແລະ ຫ້ອງສະໝຸດ. (ຮອດປີ 2022 ຈະມີການສ້າງຕັ້ງ ສູນຄົ້ນຄວ້າພາສາລາວຕື່ມອີກ)

ມີຄະນະອໍານວຍການ ສວສ, ມີອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫະພັນກຳມະບານລາວ ແລະ ສະຫະພັນແມ່ຍິງລາວ, ມີຄະນະຮັບຜິດຊອບຄຸ້ມຄອງສະຖາບັນ ແລະ ຄະນະຮັບຜິດຊອບວຽກງານວິຊາການເປັນຜູ້ຈັດຕັ້ງປະຕິບັດ ແລະ ເປັນກຳລັງແຮງຫຼັກແຫຼງເພື່ອບໍລິຫານວຽກງານ ແລະ ຄຸ້ມຄອງສະຖາບັນ. ສວສ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ກຸມພາ ປີ 1986 (ຕາມຂໍ້ຕົກລົງລັດຖະມົນຕີກະຊວງສຶກສາທິການ ສະບັບເລກທີ 129/ສສ/86. ຄະນະໜ່ວຍພັກເປັນແກນນ ຳໃນການນໍາພາ-ຊີ້ນຳ, ລົງວັນທີ 20/2/1986) ປະຫວັດຄວາມເປັນມາຂອງ ສວສ ໂດຍສັງເຂບ

1. ໄລຍະກ່ອນປີ 1976: 1960 ຄະນະຄົ້ນຄວ້າຮຽບຮຽງຂອງພະແນກສຶກສາສູນກາງແນວລາວຮັກຊາດໄດ້ຮັບການສ້າງຕັ້ງຂຶ້ນທີ່ແຂວງຫົວພັນ. 1971 ສູນກາງຄົ້ນຄວ້າການສຶກສາແຫ່ງຊາດ ໄດ້ຮັບການສ້າງຕັ້ງຂຶ້ນທີ່ນະຄອນຫຼວງວຽງຈັນຢູ່ສະຖານທີ່ທີ່ເປັນທີ່ຕັ້ງຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໃນປັດຈຸບັນ (ປ້າຍຊື່ຂອງສູນກາງຄົ້ນຄວ້າການສຶກສາແຫ່ງຊາດຍັງຮັກສາ ໄວ້ເຖິງປັດຈຸບັນ).

2. ໄລຍະແຕ່ປີ 1976-1985: 1976 ພາຍຫຼັງການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ກະຊວງສຶກສາທິການ, ກິລາ ແລະ ທຳມະການ ໄດ້ໂຮມເອົາຄະນະຄົ້ນຄວ້າ ຮຽບຮຽງຂອງ ພະແນກສຶກສາສູນກາງແນວລາວຮັກຊາດ ເຂົ້າກັບສູນກາງຄົ້ນຄວ້າການສຶກສາແຫ່ງຊາດ ແລ້ວສ້າງຕັ້ງເປັນກົມຄົ້ນຄວ້າ ແລະ ຮຽບຮຽງໂດຍ ແມ່ນທ່ານສົມສີ ເດຊາຄໍາພູ ເປັນຫົວໜ້າກົມ, ໂຄງປະກອບການຈັດຕັ້ງຂອງ ກົມຄົ້ນຄວ້າ ແລະ ຮຽບຮຽງ ປະກອບດ້ວຍພະແນກຕ່າງໆ ເຊັ່ນ: ພະແນກບໍລິຫານ, ພະແນກປະຖົມ ແລະ ອະນຸບານ, ພະແນກມັດທະຍົມ, ພະແນກອຸດົມ, ພະແນກມະຫາວິທະຍາໄລ, ພະແນກການພິມ ແລະ ອື່ນໆ.

3.ໄລຍະແຕ່ປີ1980: ຄະນະກຳມະການຄົ້ນຄວ້າວິທະຍາສາດ ແລະ ການສຶກສາໄດ້ຮັບການສ້າງ ຕັ້ງຂຶ້ນໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງ ທ່ານພູມີ ວົງວິຈິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສຶກສາທິການ, ກິລາ ແລະ ທຳມະການ ເວລານັ້ນ.

1983 ກົມຄົ້ນຄວ້າ ແລະ ຮຽບຮຽງໄດ້ໂຮມເຂົ້າກັບຄະນະກຳມະການຄົ້ນຄວ້າວິທະຍາສາດ ແລະ ການສຶກສາ ແລ້ວປ່ຽນຊື່ເປັນຄະນະກຳມະການຄົ້ນຄວ້າວິທະ ຍາສາດການສຶກສາ ແລະ ຮຽບຮຽງ. ວັນທີ 22 ຕຸລາ 1985, ສະພາລັດຖະມົນ ຕີໄດ້ອອກມະຕິຕົກລົງສະບັບເລກທີ 63/ປສລ, ວ່າດ້ວຍການສ້າງຕັ້ງສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ ແລະ ປ່ຽນຄະນະກຳມະການຄົ້ນຄວ້າວິທະຍາສາດການສຶກສາ ແລະ ຮຽບຮຽງມາເປັນສະຖາບັນຄົ້ນຄວ້າວິທະຍາສາດການ ສຶກສາ.

ການສ້າງຕັ້ງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

1986 ວັນທີ 20/2/1986, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ຮັບການ ສ້າງຕັ້ງຂຶ້ນຕາມຂໍ້ຕົກລົງລັດຖະມົນຕີກະຊວງສຶກສາທິການ ສະບັບເລກທີ 129/ສສ/86. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໃນໄລຍະນັ້ນແມ່ນ ທ່ານ ຄໍາພັດ ສີຫານາດ ເປັນຜູ້ອໍານວຍການ, ທ່ານບົວແກ້ວ ຈະເລີນລັງສີ ເປັນຮອງຜູ້ອໍານວຍການທັງເປັນເລຂາໜ່ວຍພັກ, ທ່ານຈັນ ພູນສະຫວັດ ແລະ ທ່ານນາງ ກົງເດືອນ ເນດຕະວົງ ເປັນຄະນະ, ມີພະນັກງານທັງໝົດ 43 ຄົນ, ຍິງ 19 ຄົນ, ແບ່ງອອກເປັນພະແນກຕ່າງໆ ເຊັ່ນ: ພະແນກບໍລິຫານ, ພະແນກວິທະຍາສາດທຳມະຊາດ, ພະແນກວິທະຍາສາດສັງຄົມ, ພະແນກຈິດຕະສາດ-ສຶກສາສາດ, ພະແນກຫໍສະໝຸດເປັນຕົ້ນ. ທ່ານອຸເດດ ວໍລະວົງ ເປັນ ຫົວໜ້າພະແນກວິທະຍາສາດທຳມະຊາດ ແລະ ທ່ານບຸນຊູ ມາດມະນີສອນ ເປັນຮອງ; ພະແນກວິທະຍາສາດສັງຄົມແມ່ນ ທ່ານນາງ ພວງຄໍາ ສົມສະນິດເປັນຫົວໜ້າ ແລະ ທ່ານອ່ອນແກ້ວ ນວນນະວົງ ເປັນຮອງ; ພະແນກຈິດຕະສາດ-ສຶກສາສາດ ແມ່ນ ທ່ານບຸນຮັບ ສີຫາປັນຍາ ເປັນຮອງຫົວໜ້າ ທັງວ່າການຫົວໜ້າພະແນກ; ພະແນກບໍລິຫານແມ່ນ ທ່ານສົມຈິດ ປະເສີດສັກ ເປັນຮອງຫົວໜ້າທັງວ່າການຫົວໜ້າພະແນກ; ສ່ວນພະແນກຫໍສະໝຸດແມ່ນ ທ່ານ ນາງ ກົງເດືອນ ເນດຕະວົງ ຮອງຜູ້ອໍານວຍການ ສວສ ເປັນຜູ້ຊີ້ນໍາໂດຍກົງ.

1990 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຮັບການປັບປຸງການຈັດຕັ້ງ ແລະ ສະຖາບັນວິທະຍາສາດສັງຄົມຖືກໂອນໄປຂຶ້ນກັບສຳນັກງານນາຍົກລັດຖະມົນຕີ (ພະນັກງານ ສວຄ ສ່ວນໜຶ່ງມາຢູ່ ສວສ). ຄະນະນໍາຂອງ ສວສ ໄລຍະນີ້ປະກອບດ້ວຍ ທ່ານບໍ່ແສງຄໍາ ວົງດາລາ ເປັນຜູ້ອໍານວຍການທັງເປັນເລຂາໜ່ວຍພັກ, ທ່ານຈັນ ພູນສະຫວັດ ແລະ ທ່ານຄໍາຜາຍ ສີສະຫວັນ ເປັນຮອງຜູ້ອໍານວຍການ; ໃນປີ 1991 ມີພະນັກງານທັງໝົດ 66 ຄົນ, ຍິງ 29 ຄົນ ແລະ ແບ່ງອອກເປັນ 8 ພະແນກຄື: (1) ພະແນກຫ້ອງການ-ການເງິນ, (2) ວິທະຍາສາດທຳມະຊາດ, (3) ອຸປະກອນການສຶກສາ, (4) ພູມສາດ-ປະຫວັດສາດ, (5) ວັນນະຄະດີ-ພາສາລາວ ແລະ ພາສາຕ່າງປະເທດ, (6)ສຶກສາສາດ ແລະ ປະເມີນຜົນ, (7) ກິລາ-ກາຍະສຶກສາ-ສິລະປະສຶກສາ ແລະ ຫັດຖະກຳ, (8) ພະແນກຫໍສະໝຸດ ແລະ ສຳເນົາເອກະສານ. ພະນັກ ງານ 8 ທ່ານໄດ້ຮັບການແຕ່ງຕັ້ງເປັນຫົວໜ້າພະແນກດັ່ງກ່າວ (ຂໍ້ຕົກລົງຂອງ ລັດຖະມົນຕີເລກທີ 250/ສກ/91) ຕາມລໍາດັບ ຄື: (1) ທານໄມ ທິບທີ ລາດ, (2) ທ່ານບຸນຊູ ມາດມະນີສອນ, (3) ທ່ານຄໍາຜາຍ ສໍມາລາ, (4) ທ່ານນາງ ພວງຄໍາ ສົມສະນິດ, (5) ທ່ານແສງຈັນ ພົມມີໄຊ, (6) ທ່ານກິນນະວົງ ສີຊານົນ, (7) ທ່ານຈໍາປີ ເລື່ອງວິຫານ ແລະ (8) ທ່ານບຸນອ້ຽງ ຈຸນລະມະນີ

ວັນທີ 31 ທັນວາ 1993 (ຂໍ້ຕົກລົງຂອງລັດຖະມົນຕີ ເລກທີ 650/ຫກ/93), ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ຮັບການປັບປຸງການຈັດຕັ້ງຂັ້ນພະແນກ ໂດຍແຕ່ງຕັ້ງຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຈຳນວນໜຶ່ງ (ໃນປີ 1991 ສ່ວນຫຼາຍບໍ່ມີຮອງຫົວໜ້າພະແນກ) ພ້ອມທັງປ່ຽນຊື່ພະແນກ ເຊັ່ນ: ທ່ານໄມ ທິບທິລາດ ເປັນຫົວໜ້າ ແລະ ທ່ານບຸນທິງ ທົງລໍ້, ທ່ານຄ່ອຍ ພູບູວົງ ເປັນຮອງຫົວໜ້າພະແນກບໍລິຫານການເງິນ; ທ່ານບູນຊູ ມາດມະນີສອນ ເປັນຫົວໜ້າ ແລະ ທ່ານທອງແກ້ວ ອາສາ ເປັນຮອງຫົວໜ້າ ພະແນກຟີຊິກສາດ ແລະ ວິທະຍາສາດທຳມະຊາດ; ທ່ານນາງ ພວງຄໍາ ສົມ ສະນິດ ເປັນຫົວໜ້າ ແລະ ທ່ານນາງ ວຽງວິຈິດ ສຸດທິເດດ ເປັນຮອງຫົວ ໜ້າພະແນກວິທະຍາສາດສັງຄົມ; ທ່ານມີທອງ ສຸວັນວິໄຊ ເປັນຫົວໜ້າ ແລະ ທ່ານຄໍາພັນ ພິລາສະຫວັນ ເປັນຮອງຫົວໜ້າພະແນກພາສາລາວ, ວັນນະຄະດີ ແລະ ພາສາຕ່າງປະເທດ; ທ່ານກິນນະວົງ ສີຊານົນ ເປັນຫົວໜ້າພະແນກພະລະ-ສິລະປະສຶກສາ; ທ່ານນາງ ສີສຸກ ວົງວິຈິດ ເປັນຮອງຫົວໜ້າ ທັງວ່າການຫົວໜ້າພະແນກ ແລະ ທ່ານນາງ ສີເຮີ ເປັນຮອງຫົວໜ້າພະແນກສຶກສາສາດ ແລະ ປະເມີນຜົນ; ທ່ານດາລົມ ສອນນະສິນ ເປັນຮອງຫົວໜ້າ ພະແນກອອກແບບອຸປະກອນການສຶກສາ; ທ່ານບຸນອ້ຽງ ຈຸນລະມະນີ ເປັນຫົວ ໜ້າພະແນກຫໍສະໝຸດ; ທ່ານສີທົງ ພົງວິຈິດ ເປັນຫົວໜ້າ ແລະ ທ່ານສຸກສະຫວັນ ພອນເທວາ ເປັນຮອງຫົວໜ້າພະແນກຂ່າວສານການສຶກສາ.

ວັນທີ 14 ມັງກອນ 1994 (ຂໍ້ຕົກລົງຂອງລັດຖະມົນຕີ ເລກທີ 16/ສສ/94), ສູນສົ່ງເສີມພາສາອັງກິດໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນສູນທີ່ຂຶ້ນກັບ ສວສ ໂດຍມີ ທ່ານນາງ ສົມດີ ຊານຸບານ ເປັນຜູ້ອໍານວຍການສູນ (ຮອດ ວັນທີ 9 ມັງກອນ 1996, ຕາມຂໍ້ຕົກລົງຂອງລັດຖະມົນຕີ ເລກທີ 19/ສສ/96. ສູນສົ່ງເສີມພາສາອັງກິດຖືກມອບໂອນໃຫ້ໄປຂຶ້ນກັບກົມກໍ່ສ້າງ ແລະ ບຳລຸງ ຄູ;ຈາກນັ້ນມາ 13 ປີ ຄືວັນທີ 13 ກຸມພາ 2009, ຕາມຂໍ້ຕົກລົງຂອງລັດຖະມົນ ຕີ ເລກທີ 359/ສສ.ຈຕ.09, ສູນສົ່ງເສີມພາສາອັງກິດກໍຖືກມອບໂອນໃຫ້ມາ ຂຶ້ນກັບ ສວສ ເໝືອນເດີມ).

ວັນທີ 10 ກຸມພາ 1994 (ຂໍ້ຕົກລົງຂອງລັດຖະມົນຕີ ເລກທີ 57/ສສ/94), ຄະນະໂຄສະນາສຶກສາໃໝ່ກໍໄດ້ຮັບການມອບໂອນໃຫ້ຂຶ້ນກັບ ສວສ ຊຶ່ງເປັນພະແນກໜຶ່ງໂດຍແມ່ນ ທ່ານສີທົງ ພົງວິຈິດ ເປັນຫົວໜ້າ.

1996 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ຮັບການປັບປຸງການຈັດຕັ້ງ, ພ້ອມທັງປ່ຽນຊື່ເປັນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດ, ທ່ານຈັນ ພູນສະຫວັດ ເປັນຜູ້ຮັກສາການແທນຜູ້ອໍານວຍການ, ທ່ານຄໍາຜາຍ ສີສະຫວັນ ແລະ ທ່ານມີທອງ ສຸວັນວິໄຊ ເປັນຮອງຜູ້ອໍານວຍການ; ສ່ວນວຽກງານພັກແມ່ນ ທ່ານຄໍາຜາຍ ສໍມາລາ ເປັນຄະນະໜ່ວຍພັກ. ໃນທ້າຍ ປີ 1996, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາມີພະນັກງານທັງໝົດ 65 ຄົນ, ຍິງ 25 ຄົນ, ແບ່ງອອກເປັນ 9 ພະແນກ ເຊັ່ນ: ພະແນກບໍລິຫານ, ພະແນກຄົ້ນຄວ້າ ແລະ ປະເມີນຜົນ, ຄະນິດສາດ-ວິທະຍາສາດທຳມະຊາດ ແລະ ຫັດຖະກຳ, ພາສາລາວ-ວັນນະຄະດີ ແລະ ພາສາຕ່າງປະເທດ, ວິທະຍາສາດສັງຄົມ, ພະລະສຶກສາ-ສິລະປະສຶກສາ, ອອກແບບອຸປະກອນການສຶກສາ, ຫໍສະໝຸດ ແລະ ພະແນກຂ່າວສານການສຶກສາ. ທ່ານໄມ ທິບທິລາດ ເປັນຫົວໜ້າພະແນກບໍລິຫານ; ທ່ານນາງ ສີສຸກ ວົງວິຈິດ ເປັນຫົວໜ້າພະແນກຄົ້ນຄວ້າ ແລະ ປະເມີນຜົນ; ທ່ານບຸນຊູ ມາດມະນີສອນ ເປັນຫົວໜ້າພະແນກຄະນິດສາດ-ວິທະຍາສາດທຳມະຊາດ ແລະ ຫັດຖະກຳ; ທ່ານອ່ອນແກ້ວ ນວນນະວົງ ເປັນຫົວໜ້າພະແນກພາສາລາວ-ວັນນະຄະດີ ແລະ ພາສາຕ່າງປະເທດ; ທ່ານນາງ ວຽງວິຈິດ ສຸດທິເດດ ເປັນຫົວໜ້າພະແນກວິທະຍາສາດສັງຄົມ; ທ່ານກິນນະວົງ ເປັນຫົວໜ້າພະແນກພະລະສຶກສາ-ສິລະປະສຶກສາ; ທ່ານຄໍາຜາຍ ສໍມາລາ ເປັນຫົວໜ້າພະແນກອອກແບບອຸປະກອນການສຶກສາ; ທ່ານບຸນອ້ຽງ ຈຸນລະມະນີ ເປັນຫົວໜ້າພະແນກຫໍສະໝຸດ; ທ່ານສີທົງ ພົງວິຈິດ ເປັນຫົວໜ້າພະແນກຂ່າວສານການສຶກສາ. ວັນທີ 2 ພະຈິກ 1998, ທ່ານຄໍາຜາຍ ສີສະຫວັນ ໄດ້ ຮັບການແຕ່ງຕັ້ງເປັນຜູ້ຮັກສາການຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

1999 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດ ໄດ້ຮັບການປັບປຸງການຈັດຕັ້ງ, ທ່ານຄໍາຜາຍ ສີສະຫວັນ ເປັນຜູ້ອໍານວຍການ, ທ່ານມີທອງ ສຸວັນວິໄຊ ແລະ ທ່ານນາງ ພວງຄໍາ ສົມສະນິດ ເປັນຮອງຜູ້ອໍານວຍການ. ໃນປີ 1999, ສວສ ມີພະນັກງານທັງໝົດ 63 ຄົນ, ຍິງ 25 ຄົນ ໂດຍແບ່ງອອກເປັນ 10 ພະແນກເຊັ່ນ: ພະແນກບໍລິຫານ, ພະແນກປະເມີນຜົນ, ວິທະຍາສາດ, ພາສາ ລາວ-ວັນນະຄະດີ, ສັງຄົມສຶກສາ, ທັກສະສຶກສາ, ພະແນກຂາວສານການສຶກສາ ແລະ ພະແນກພາສາຕ່າງປະເທດ. ທ່ານບຸນທົງ ທົງລໍ້ ເປັນຫົວໜ້າພະແນກບໍລິຫານ; ທ່ານນາງ ສີສຸກ ວົງວິຈິດ ເປັນຫົວໜ້າພະແນກປະເມີນຜົນ; ທ່ານທອງແກ້ວ ອາສາ ເປັນຫົວໜ້າພະແນກວິທະຍາສາດ; ທ່ານອ່ອນແກ້ວ ນວນນະວົງ ເປັນຫົວໜ້າພະແນກພາສາລາວ-ວັນນະຄະດີ; ທ່ານຄອຍ ພຸບູວົງ ເປັນຮອງຫົວໜ້າພະແນກທັງເປັນຜູ້ວ່າການຫົວໜ້າພະແນກພາສາຕ່າງປະເທດ; ທ່ານນາງ ວຽງວິຈິດ ສຸດທິເດດ ເປັນຫົວໜ້າພະແນກສັງຄົມສຶກສາ; ທ່ານກິນນະວົງ ສີຊານົນ ເປັນຫົວໜ້າພະແນກທັກສະສຶກສາ; ທ່ານດາລົມ ສອນນະສິນ ເປັນຫົວໜ້າພະແນກອອກແບບອຸປະກອນການສຶກສາ; ທ່ານບຸນອ້ຽງ ຈຸນ ລະມະນີ ເປັນຫົວໜ້າພະແນກຫໍສະໝຸດ; ທ່ານສຸກສະຫວັນ ພອນເຫວາ ເປັນຫົວໜ້າພະແນກຂ່າວສານການສຶກສາ, ສໍາລັບວຽກງານພັກ, ຄະນະໜ່ວຍພັກ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະໄໝທີ IV ປີ 2000 ປະກອບດ້ວຍສະຫາຍ ຄໍາຜາຍ ສີສະຫວັນ ເປັນເລຂາ, ສະຫາຍມີທອງ ສຸວັນວິໄຊ ເປັນຮອງເລຂາ ແລະ ສະຫາຍ ອ່ອນແກ້ວ ນວນນະວົງ ເປັນກຳມະການ. ວັນທີ 6 ກຸມພາ 2004, ທ່ານມີທອງ ສຸວັນວິໄຊ ໄດ້ຮັບການແຕ່ງຕັ້ງເປັນຜູ້ວ່າການຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

2004 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດໄດ້ຮັບການປັບປຸງການຈັດຕັ້ງ, ທ່ານມີທອງ ສຸວັນວິໄຊ ເປັນຜູ້ອໍານວຍການ, ທ່ານນາງ ພວງຄໍາ ສົມສະນິດ ແລະ ທ່ານນາງ ສີສຸກ ວົງວິຈິດ ເປັນຮອງຜູ້ອໍານວຍການ; ສ່ວນ ໂຄງປະກອບການຈັດຕັ້ງຍັງຮັກສາ 10 ພະແນກຄືເກົ່າ. ໃນປີ 2004, ສະຖາ ບັນຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດມີພະນັກງານທັງໝົດ 50 ຄົນ, ຍິງ 23 ຄົນ. ສໍາລັບວຽກງານພັກ, ຄະນະໜ່ວຍພັກຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະໄໝທີ V ປີ 2005 ປະກອບດ້ວຍສະຫາຍ ມີທອງ ສຸວັນວິໄຊ ເປັນເລຂາ, ສະຫາຍ ອ່ອນແກ້ວ ນວນນະວົງ ເປັນຮອງເລຂາ ແລະ ສະຫາຍ ທອງແກ້ວ ອາສາ ເປັນກຳມະການ.

2006 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດໄດ້ຮັບການປັບປຸງການຈັດຕັ້ງ, ທ່ານນາງ ພວງຄໍາ ສົມສະນິດ ເປັນຜູ້ອຳນວຍການ ແລະ ທ່ານນາງ ສີສຸກ ວົງວິຈິດ ເປັນຮອງຜູ້ອໍານວຍການ. ໃນປີ 2006, ສວສ ມີພະນັກງານທັງ ໝົດ 54 ຄົນ, ຍິງ 23 ຄົນ; ສ່ວນໂຄງປະກອບການຈັດຕັ້ງຍັງຮັກສາ 10 ພະແນກ ຄືເກົ່າ. ເຖິງປີ 2007 ໄດ້ມີການແຕ່ງຕັ້ງຄະນະອໍານວຍການເພີ່ມອີກ 2 ທ່ານຄື: ທ່ານອ່ອນແກ້ວ ນວນນະວົງ, ເລຂາໜ່ວຍພັກ ແລະ ທ່ານແອໂຈ້ ອາດຜາສຸກ ເປັນຮອງຜູ້ອໍານວຍການ. ຫຼັງຈາກນັ້ນ, ໃນປີ 2008 ກໍໄດ້ແຕ່ງຕັ້ງ ທ່ານທອງ ແກ້ວອາສາ ເປັນຮອງຜູ້ອໍານວຍການຕື່ມອີກ. ໃນການປັບປຸງໂຄງປະກອບ ການຈັດຕັ້ງຂອງ ສວສ ໃນປີ 2008 ໄດ້ປ່ຽນຈາກ 10 ພະແນກມາເປັນ 4 ສູນ ແລະ 3 ພະແນກຄື: ສູນຄົ້ນຄວ້າວິທະຍາສາດສັງຄົມ, ສູນຄົ້ນຄວ້າວິທະຍາສາດທຳມະຊາດ ແລະ ອະນຸບານສຶກສາ, ສູນເຕັກໂນໂລຊີ ແລະ ປະເມີນຜົນການສຶກສາ, ສູນສົ່ງເສີມພາສາຕ່າງປະເທດ, ພະແນກບໍລິຫານ, ພະແນກການພິມ ແລະ ພະແນກຫ້ອງສະໝຸດ. ໃນແຕ່ລະສູນຈະປະກອບດ້ວຍຫຼາຍໜ່ວຍງານທີ່ຮັບຜິດຊອບວຽກງານຕາມພາລະບົດບາດຂອງສູນ. ໃນເວລາດຽວກັນຊື່ ຂອງສະຖາບັນກໍໄດ້ປ່ຽນຄືນມາເປັນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເໝືອນເດີມ. ສໍາລັບວຽກງານພັກ, ຄະນະໜ່ວຍພັກຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະໄໝທີ VI ປີ 2009 ປະກອບດ້ວຍສະຫາຍ ອ່ອນແກ້ວ ນວນນະວົງ ເປັນເລຂາ, ສະຫາຍນາງ ພວງຄໍາ ສົມສະນິດ ເປັນຮອງເລຂາ ແລະ ສະຫາຍທອງແກ້ວ ອາສາ ເປັນກຳມະການ. ໃນປີ 2012, ທ່ານນາງ ພວງຄໍາ ສົມສະນິດ ໄດ້ຮັບການແຕ່ງຕັ້ງເປັນຜູ້ອໍານວຍການ ສວສ ເປັນຄັ້ງທີ 2. ຄະນະອໍານວຍການ ສວສ ປະກອບດ້ວຍ ທ່ານອ່ອນແກ້ວ ນວນນະວົງ, ຮອງຜູ້ອໍານວຍການທັງເປັນເລຂາໜ່ວຍພັກ, ທ່ານທອງແກ້ວອາສາ, ທ່ານສຸກສະຫວັນ ພອນເທວາ, ທ່ານຄໍາພັນ ພິມສີປະສົມ ແລະ ທ່ານນາງປາກຽນ ຫຼວງໄຊຊະນະ ເປັນຮອງຜູ້ອໍານວຍການ ສວສ, ທ່ານ ພອນຈັນ ຄໍາບຸນພັນ ເປັນຜູ້ອຳນວຍການສູນວິທະຍາສາດທຳມະຊາດ. ໂຄງປະປະກອບການຈັດຕັ້ງໄດ້ປັບປຸງເປັນ 4 ສູນ ແລະ 5 ພະແນກຄື: ສູນຄົ້ນຄວ້າວິທະຍາສາດສັງຄົມ, ສູນຄົ້ນຄວ້າວິທະຍາສາດທຳມະຊາດ, ສູນເຕັກໂນໂລຊີການສຶກສາ, ສູນສົ່ງເສີມພາສາຕ່າງປະເທດ, ພະແນກບໍລິຫານ, ພະແນກປະເມີນຜົນການສຶກສາ, ພະແນກຄຸມຄອງວິຊາການ ແລະ ການພິມ, ພະແນກອະນຸບານ ແລະ ຫ້ອງສະໝຸດ. ໃນແຕ່ລະສູນຈະປະກອບດ້ວຍຫຼາຍຂະແໜງທີ່ຮັບຜິດຊອບວຽກງານຕາມພາລະບົດບາດຂອງສູນ. ວັນທີ 31 ທັນວາ 2012, ທ່ານອ່ອນແກ້ວ ນວນນະວົງ ໄດ້ຮັບການແຕ່ງຕັ້ງເປັນຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

2013 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ຮັບການປັບປຸງການຈັດຕັ້ງ ທ່ານອ່ອນແກ້ວ ນວນນະວົງ ເປັນຜູ້ອໍານວຍການ, ທ່ານທອງແກ້ວ ອາສາ, ທ່ານສຸກສະຫວັນ ພອນເທວາ, ທ່ານຄໍາພັນ ພິມສີປະສົມ ແລະ ທ່ານນາງ ປາກຽນ ຫຼວງໄຊຊະນະ ເປັນຮອງຜູ້ອໍານວຍການ ສວສ. ໃນປີ 2013, ສວສ ມີພະນັກງານທັງໝົດ 86 ຄົນ, ຍິງ 41 ຄົນ; ສ່ວນໂຄງປະກອບການຈັດຕັ້ງຍັງຮັກສາ 4 ສູນ ແລະ 5 ພະແນກຄືເກົ່າ. ໃນນັ້ນທ່ານນາງ ແສງເງິນ ໄວຍາກອນ ເປັນຜູ້ຮັບຜິດຊອບສູນຄົ້ນຄວ້າວິທະຍາສາດສັງຄົມ; ທ່ານອຸທິດ ທິບມະນີ ຮັບຜິດຊອບສູນຄົ້ນຄວ້າວິທະຍາສາດທໍາມະຊາດ; ທ່ານບຸນຖະໜອມ ສາມາທິລາດ ຮັບຜິດຊອບສູນເຕັກໂນໂລຊີການສຶກສາ; ທ່ານນາງ ວຽງຄໍາ ພອນປະເສີດ ຮັບຜິດຊອບສູນສົ່ງເສີມພາສາຕ່າງປະເທດ; ທ່ານບຸນທົງ ທົງລໍ່ ເປັນຫົວໜ້າພະແນກບໍລິຫານ (ຕໍ່ມາວັນທີ 22 ມິຖຸນາ 2016 ທ່ານນາງ ວັນນິຖາຈັນ ວັນນິຖາ ເປັນຫົວໜ້າພະແນກບໍລິຫານ); ທ່ານຄໍາຈັນ ລັດທະຍອດ ເປັນຫົວໜ້າພະແນກປະເມີນຜົນການສຶກສາ; ທ່ານນາງ ດວງມາລາ ນາກບຸນຕາ ເປັນຫົວໜ້າພະແນກຄຸ້ມຄອງວິຊາການ ແລະ ການພິມ; ທ່ານນາງແສງມະນີ ສຸພັນທະລົບ ເປັນຫົວໜ້າພະແນກອະນຸບານສຶກສາ ແລະ ທ່ານເພັດສະໄໝ ສີຈັນທອງທິບ ເປັນຫົວໜ້າຫ້ອງສະໝຸດ. ໃນແຕ່ລະສູນຈະປະກອບດ້ວຍຫຼາຍຂະແໜງທີ່ຮັບຜິດຊອບວຽກງານຕາມພາລະບົດບາດຂອງສູນ. ສໍາລັບວຽກງານພັກ, ຄະນະພັກຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສະໄໝທີ VII ປີ 2013 ໄດ້ຍົກລະດັບຂຶ້ນເປັນຄະນະພັກຮາກຖານປະກອບດ້ວຍ ສະຫາຍ ອ່ອນແກ້ວ ນວນນະວົງ ເປັນເລຂາ, ສະຫາຍ ທອາແກ້ວ ອາສາ ເປັນຮອງເລຂາ, ສະຫາຍ ສຸກສະຫວັນ ພອນເທວາ, ສະຫາຍ ຄໍາພັນ ພິມ ສີປະສົມ ເປັນກຳມະການ, ສະຫາຍນາງ ປາກຽນ ຫຼວງໄຊຊະນະ ເປັນປະທານກວດກາ.

2017 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ຮັບການປັບປຸງການຈັດຕັ້ງ, ທ່ານອ່ອນແກ້ວ ນວນນະວົງ ເປັນຜູ້ອໍານວຍການ; ທ່ານສຸກສະຫວັນ ພອນເທວາ; ທ່ານຄໍາພັນ ພິມສີປະສົມ, ທ່ານນາງ ປາກຽນ ຫຼວງໄຊຊະນະ ແລະ ທ່ານ ພັນ ຈຳປາທອງ ເປັນຮອງຜູ້ອໍານວຍການ ສວສ. ໃນປີນີ້ ສູນວິໄຈການສຶກສາ ແລະ ກິລາ ກໍໄດ້ຮັບການມອບໂອນໃຫ້ຂຶ້ນກັບ ສວສ ຕາມຂໍ້ຕົກລົງສະບັບ ເລກ ທີ 4180/ສສກ, ລົງວັນທີ 28 ສິງຫາ 2017 ຊຶ່ງເປັນສູນໜຶ່ງ ໂດຍແມ່ນທ່ານ ກາດໍາ ວົງເດືອນ ເປັນຜູ້ອໍານວຍການສູນ, ມາຮອດ ປີ 2018 ໄດ້ມີສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກໍໄດ້ຮັບການມອບໂອນໃຫ້ຂຶ້ນກັບ ສວສ ໃນວັນທີ 28 ກຸມພາ 2018, ຕາມຂໍ້ຕົກລົງສະບັບ ເລກທີ 916/ສສກ. ສວສ ມີພະນັກງານທັງໝົດ 119 ຄົນ, ຍິງ 51 ຄົນ ແລະ ໄດ້ມີການປັບປຸງ ໂຄງຮ່າງການຈັດຕັ້ງຂຶ້ນໃໝ່ ໄດ້ຍຸບພະແນກມີສູນເພີ່ມຂຶ້ນ ຊຶ່ງມີ 5 ສູນ, 1 ພະແນກ ແລະ ຫ້ອງສະໝຸດ, ໃນນັ້ນ ທ່ານນາງ ແສງເງິນ ໄວຍາກອນ ເປັນຜູ້ອໍານວຍການສູນພັດທະນາຫຼັກສູດ; ທ່ານອຸທິດ ທິບມະນີ ເປັນຜູ້ອໍານວຍການສູນພັດທະນາສື່ການຮຽນການສອນ; ທ່ານສຸກສາຄອນ ສີປະເສີດ ເປັນຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ທ່ານຄໍາຈັນ ລັດທະຍອດ ເປັນຜູ້ອໍານວຍການສູນສົ່ງເສີມພາສາຕ່າງປະເທດ; ທ່ານກາດໍາ ວົງເດືອນ ເປັນຜູ້ອໍານວຍການສູນຄົ້ນຄວ້າ ແລະ ປະເມີນຜົນການສຶກສາ; ທ່ານນາງ ວັນນິຖາຈັນ ວັນນິຖາ ເປັນຫົວໜ້າພະແນກບໍລິຫານ ແລະ ທ່ານ ເພັດສະໄໝ ສີຈັນທອງທິບ ເປັນຫົວໜ້າຫ້ອງສະໝຸດ. ໃນແຕ່ລະສູນຈະປະກອບດ້ວຍຫຼາຍຂະແໜງທີ່ຮັບຜິດຊອບວຽກງານຕາມພາລະບົດບາດຂອງສູນ.

2021 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ຮັບການປັບປຸງການຈັດຕັ້ງ, ທ່ານອ່ອນແກ້ວ ນວນນະວົງ ເປັນຜູ້ອໍານວຍການສະຖາບັນ, ທ່ານອານຸລົມ ວິໄລພອນ, ທ່ານອຸທິດ ທິບມະນີ ແລະ ທ່ານຄໍາຈັນ ລັດທະຍອດ ເປັນຮອງຜູ້ອໍານວຍການສະຖາບັນ, ມີພະນັກງານທັງໝົດ 113 ຄົນ, ຍິງ 51 ຄົນ. ສໍາລັບໂຄງປະກອບການຈັດຕັ້ງ ແມ່ນຍັງມີ 5 ສູນ, 1 ພະແນກ ແລະ ຫ້ອງ ສະໝຸດ. ໃນນັ້ນ ທ່ານນາງ ແສງເງິນ ໄວຍາກອນ ເປັນຜູ້ອຳນວຍການສູນພັດທະນາຫຼັກສູດ; ທ່ານເຈັດຊິ້ງ ອິນທະວົງ ເປັນຜູ້ອໍານວຍການສູນພັດທະນາສື່ການຮຽນການສອນ; ທ່ານສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ໃນເວລານີ້ ທ່ານນາງສິດທັດ ຖາໄຕແກ້ວພິທູນ ເປັນຜູ້ອຳນວຍການສູນສົ່ງເສີມພາສາຕ່າງປະເທດ; ທ່ານ ກາດໍາ ວົງເດືອນ ເປັນຜູ້ອໍານວຍການສູນຄົ້ນຄວ້າ ແລະ ປະເມີນຜົນການສຶກສາ; ທ່ານນາງ ວັນນິຖາຈັນ ວັນນິຖາ ເປັນຫົວໜ້າພະແນກບໍລິຫານ ແລະ ທ່ານເພັດສະໄໝ ສີຈັນທອງທິບ ເປັນຫົວໜ້າຫ້ອງສະໝຸດ. ໃນແຕ່ລະສູນຈະປະກອບດ້ວຍຫຼາຍຂະແໜງທີ່ຮັບຜິດຊອບວຽກງານຕາມພາລະບົດບາດຂອງສູນ. ສໍາລັບວຽກພັກ, ຄະນະພັກຮາກຖານຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສະໄໝທີ VIII, ສະຫາຍ ອຸທິດ ທິບມະນີ ຮອງເລຂາ ທັງເປັນຜູ້ຮັກສາການເລຂາ, ສະຫາຍ ຄໍາຈັນ ລັດທະຍອດ, ສະຫາຍນາງວັນ ນິຖາຈັນ ວັນນິຖາ ເປັນຄະນະ, ສະຫາຍ ກາດໍາ ວົງເດືອນ ເປັນປະທານກວດກາ.