ພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ

ພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວໃມີໜ້າທີ່ດັ່ງລຸ່ມນີ້:

1. ສ້າງ ແລະ ປັບປຸງນິຕິກຳຕ່າງໆ, ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນການ, ແຜນງົບປະມານ ຂອງ ສະຖາບັນ;
2. ສະຫຼຸບວຽກງານປະຈໍາເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ ເພື່ອລາຍງານຂັ້ນເທິງ;
3. ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ, ວຽກງານສາລະບັນ; ວຽກງານອະນາໄມ, ປະດັບປະດາ ແລະ ພິທີການ ຕ່າງໆຂອງສະຖາບັນ;
4. ຄຸ້ມຄອງແຜນງົບປະມານ, ບັນຊີການເງິນ, ສະຫຼຸບລາຍຮັບ, ລາຍຈ່າຍ, ເງິນງົບປະມານ, ເງິນເດືອນ ແລະ ເງິນນະໂຍບາຍຂອງພະນັກງານ;
5. ຮັບຜິດຊອບວຽກງານຈັດຊື້ຈັດຈ້າງ ແລະ ກໍ່ສ້າງສ້ອມແປງພາຍໃນສະຖາບັນ;
6. ຮັບຜິດຊອບວຽກງານພົວພັນປະສານງານກັບ ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
7. ຄຸ້ມຄອງ ພາຫະນະ, ຊັບສິນ, ອຸປະກອນ ແລະ ບຸກຄະລາກອນຂອງພາຍໃນສະຖາບັນ;
8. ຮັບຜິດຊອບວຽກງານຈັດຕັ້ງ ແລະ ພະນັກງານ, ກວດກາ, ປອ້ງກັນ ແລະ ປະເມີນລັດຖະກອນ ພາຍໃນ ສະຖາບັນ;
9. ປະສານສົມທົບກັບບັນດາ ພະແນກ, ຫ້ອງສະໝຸດ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານ;
10. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ ໃຫ້ຄະນະອໍານວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
11. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະສະຖາບັນ

 

Tel: 021 213161

 ຂໍ້ມູນເພີ່ມຕື່ມ