ສູນພັດທະນາຫຼັກສູດມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ພັດທະນາຫຼັກສູດໃນຂົງເຂດວິທະຍາສາດທຳມະຊາດ ແລະ ສັງຄົມສໍາລັບການສຶກສາກ່ອນໄວ ຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ;
2. ພັດທະນາປື້ມແບບຮຽນ ແລະ ຄູ່ມືຄູ ໃນຂົງເຂດວິທະຍາສາດທຳມະຊາດ ແລະ ສັງຄົມສໍາລັບການສຶກ ສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ;
3. ທົດລອງກ່ຽວກັບຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ ແລະ ວິທີສອນສໍາລັບການສຶກສາກ່ອນໄວຮຽນ, ຊັ້ນ ປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ;
4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອການວັດ ແລະ ປະເມີນຜົນຫຼັກສູດ, ວິທີສອນ, ສື່ການ ຮຽນ-ການສອນ ສໍາລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ:
5. ຝຶກອົບຮົມກ່ຽວກັບການນໍາໃຊ້ຫຼັກສູດ ແລະ ສື່ການຮຽນ-ການສອນ ທີ່ພັດທະນາຂຶ້ນໃໝ່ໃຫ້ແກ່ຄູຝຶກ;
6. ປະສານສົມທົບກັບບັນດາ ພະແນກ, ຫ້ອງສະໝຸດ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານ;
7. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ ໃຫ້ຄະນະອຳນວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
8. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະສະຖາບັນ.
