ສູນພັດທະນາສື່ການຮຽນການສອນ

ສູນພັດທະນາສື່ການຮຽນການສອນແມ່ນໜື່ງໃນອົງການຈັດຕັ້ງຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເຮັດໜ້າທີ່ຫຼັກໃນການພິມເຂົ້າໜ້າສ້າງຖານຂໍ້ມູນຕົ້ນສະບັບປື້ມແບບຮຽນຄູ່ມືຄູ; ພັດທະນາ, ບັນນາທິການກວດແກ້ຕົ້ນສະບັບປຶ້ມອ່ານເສີມເອກະສານອ້າງອີງຕ່າງໆ; ຜະລິດສື່ເອເລັກໂຕຣນິກ, ວິດີໂອການສອນແພລດຟອມສື່ປະສົມ, ແອັບການຮຽນຕ່າງໆສໍາລັບການສຶກສາກ່ອນໄວຮຽນສາມັນສຶກສາ; ພັດທະນາຄຸ້ມຄອງເວັບໄຊຂອງສະຖາບັນ ແລະ ແພລດຟອມຄັງປັນຍາລາວ); ອອກແບບອຸປະກອນ, ສື່ສິ່ງພິມ ສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອວາງແຜນຜະລິດ, ແຈກຢາຍ, ຈໍາໜ່າຍເຜີຍແຜ່ສື່ການສຶກສາ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອດໍາເນີນການສອນທາງອອນລາຍ, ການສອນຜ່ານທາງວິທະຍຸໂທລະພາບ (ມີລາຍການວິທະຍຸສຶກສາກິລາຊ່ອງໂທລະພາບສຶກສາກິລາ laoESTVຊ່ອງ 8); ຈັດຕັ້ງການຮຽນທາງໄກຜ່ານດາວທຽມສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ; ປະສານສົມທົບກັບບັນດາພະແນກ, ຫ້ອງສະໝຸດສູນພາຍໃນສະຖາບັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ; ກວດກາ, ຕິດຕາມປະເມີນຜົນພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານພາຍໃນສູນໃຫ້ຄະນະອໍານວຍການສະຖາບັນຂັ້ນເທິງຊາບ ໃນແຕ່ລະໄລຍະ;

ໂຄງປະກອບການຈັດຕັ້ງຂອງສູນພັດທະນາສື່ການຮຽນການສອນ ປະກອບມີຜູ້ອຳນວຍການສູນຕຳແໜ່ງທຽບເທົ້າກັບຮອງຜູ້ອຳນວຍການສະຖາບັນ, ມີຮອງອຳນວຍການສູນ 2 ທ່ານ ຕຳແໜ່ງເທົ້າກັບຫົວໜ້າພະແນກ, ມີ 3 ຂະແໜງຂຶ້ນກັບຄື: ຂະແໜງການພິມ, ຂະແໜງສື່ສິ່ງພິມ, ຂະແໜງສື່ເອເລັກໂຕຣນິກການສຶກສາທາງໄກ.ປັດຈຸບັນມີພະນັກງານລັດຖະກອນທັງໝົດຈຳນວນ 15 ທ່ານ ຍິງ 5 ທ່ານ; ອົງການຈັດຕັ້ງພັກເປັນໜ່ວຍພັກຂຶ້ນກັບຮາກຖານພັກສະຖາບັນ, ມີສະມາຊິກພັກສົມບູນຈຳນວນ 12 ສະຫາຍ, ສະມາຊິກພັກສຳຮອງ 2 ສະຫາຍມະຫາຊົນ 2 ສະຫາຍ. ມີອົງການຈັດຕັ້ງໜ່ວຍກຳມະບານຂຶ້ນກັບໜ່ວຍພັກສູນມີສະມາຊິກກຳມະບານທັງໝົດ 15 ສະຫາຍ ຍິງ 5 ສະຫາຍ, ມີໜ່ວຍຊາວໜຸ່ມຂຶ້ນກັບໜ່ວຍພັກສູນມີສະມາຊິກຊາວໜຸ່ມ ທັງໝົດ 12 ສະຫາຍ ຍິງ 4 ສະຫາຍ, ມີໜ່ວຍແມ່ຍິງຂຶ້ນກັບໜ່ວຍພັກສູນ ມີສະມາຊິກແມ່ຍິງຈຳນວນ 5 ສະຫາຍ.

ສູນພັດທະນາສື່ການຮຽນການສອນມີໜ້າທີ່ດັ່ງນີ້:
1. ພິມເຂົ້າໜ້າ ແລະ ສ້າງຖານຂໍ້ມູນຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູ;
2. ພັດທະນາ, ບັນນາທິການ ຫຼື ກວດແກ້ຕົ້ນສະບັບ ປຶ້ມອ່ານເສີມ ແລະ ເອກະສານອ້າງອີງຕ່າງໆ;
3. ຜະລິດສື່ເອເລັກໂຕຣນິກ, ວິດີໂອການສອນ ແລະ ແພລດຟອມສື່ປະສົມ, ແອັບການຮຽນຕ່າງໆສໍາລັບ ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ; ພັດທະນາ ແລະ ຄຸ້ມຄອງເວັບໄຊຂອງສະຖາບັນ;
4. ອອກແບບອຸປະກອນ, ສື່ສິ່ງພິມ ສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອວາງແຜນ ແລະ ຜະລິດ, ແຈກຢາຍ, ຈໍາໜ່າຍ ແລະ ເຜີຍແຜ່ສື່ການສຶກສາ;
6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອດໍາເນີນການສອນທາງອອນລາຍ ແລະ ການສອນຜ່ານທາງ ວິທະຍຸ ແລະ ໂທລະພາບ;
7. ຈັດຕັ້ງການຮຽນທາງໄກຜ່ານດາວທຽມສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
8. ປະສານສົມທົບກັບບັນດາພະແນກ, ຫ້ອງສະໝຸດ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ;
9. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນສູນ ຫຼື ພະແນກ ໃຫ້ຄະນະອຳນວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
10. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະສະຖາບັນ. 

ໂຄງປະກອບການຈັດຕັ້ງສູນພັດທະນາສື່ page 0001

ຂໍ້ມູນເພີ່ມຕື່ມ