ສູນສົ່ງເສີມພາສາຕ່າງປະເທດມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ພັດທະນາຫຼັກສູດໃນຂົງເຂດພາສາຕ່າງປະເທດສໍາລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມ ສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ;
2. ພັດທະນາປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນການສອນປະເພດຕ່າງໆໃນຂົງເຂດພາສາຕ່າງປະເທດ ສໍາລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ;
3. ທົດລອງກ່ຽວກັບຫຼັກສູດ, ວິທີສອນ, ສື່ການຮຽນການສອນພາສາຕ່າງປະເທດສໍາລັບການສຶກສາ ກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ:
4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອວັດ ແລະ ປະເມີນຜົນຫຼັກສູດ, ວິທີສອນ ແລະ ສື່ການຮຽນການສອນພາສາຕ່າງປະເທດຕ່າງໆ; ຝຶກອົບຮົມຍົກລະດັບພາສາອັງກິດສໍາລັບການສື່ສານທົ່ວໄປໃຫ້ພະນັກງານ,
5. ຝຶກອົບຮົມກ່ຽວກັບການນໍາໃຊ້ຫຼັກສູດ ແລະ ສື່ການຮຽນການສອນພາສາຕ່າງປະເທດທີ່ພັດທະນາ ຂຶ້ນໃໝ່ໃຫ້ແກ່ຄູຝຶກ; ລັດຖະກອນ;
6. ປະສານສົມທົບກັບບັນດາພະແນກ, ຫ້ອງສະໝຸດ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ;
7. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ ໃຫ້ຄະນະອໍານວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
8. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະສະຖາບັນ.
