ສູນຄົ້ນຄວ້າ ແລະ ປະເມີນຜົນການສຶກສາ

ສູນຄົ້ນຄວ້າ ແລະ ປະເມີນຜົນການສຶກສາມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າວິທະຍາສາດກ່ຽວກັບນະໂຍບາຍການສຶກສາ ແລະ ກິລາ;

2. ວັດ ແລະ ປະເມີນຜົນສໍາເລັດດ້ານການຮຽນ ຂອງນັກຮຽນ ໃນຊັ້ນ-ສາຍສາມັນສຶກສາ;

3. ສ້າງຖານຂໍ້ມູນການຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ, ປະເມີນຜົນການສຶກສາ, ພັດທະນາຂໍ້ ສອບ ແລະ ຄຸ້ມຄອງຄັງຂໍ້ສອບ;

4. ເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ ແລະ ຜົນການປະເມີນຜົນສໍາເລັດດ້ານ ການຮຽນຂອງນັກຮຽນ;

5. ຜະລິດ ແລະ ຈໍາໜ່າຍວາລະສານວິທະຍາສາດການສຶກສາ;

6. ກວດກາ ແລະ ຕິດຕາມວຽກພາຍໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ;

7. ປະສານສົມທົບກັບບັນດາພະແນກ, ຫ້ອງສະໝຸດ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ;

8. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ ໃຫ້ຄະນະອຳນວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;

9. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະສະຖາບັນ.

ຂໍ້ມູນເພີ່ມຕື່ມ