ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີໂຄງປະກອບບຸກຄະລາກອນຄື: ມີຜູ້ອໍານວຍການສະຖາບັນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີຮອງລັດຖະມົນຕີກະຊວງສຶກສາທິການກິລາ; ມີຮອງຜູ້ອໍານວຍການຈໍານວນໜຶ່ງຊ່ວຍຜູ້ອໍານວຍການໃນການຊີ້ນໍາວຽກງານຂອງຕົນ, ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຜູ້ອໍານວຍການຮອງຜູ້ອຳນວຍ ການເປັນຜູ້ຮັກສາການແທນໃນເວລາຜູ້ອໍານວຍການຕິດຂັດພ້ອມທັງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນໃຫ້ຜູ້ອຳນວຍການພາຍຫຼັງກັບມາປະຈຳການ,ມີຜູ້ອໍານວຍການສູນ,ຮອງຜູ້ອໍານວຍການສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພະນັກ ງານວິຊາການຈໍານວນໜຶ່ງຮັບຜິດຊອບວຽກງານຕາມການກຳນົດຕຳແໜ່ງງານທີ່ຂັ້ນເທິງອະນຸມັດ. ປັດຈຸບັນມີພະນັກງານລັດຖະກອນທັງໝົດຈຳນວນ 104 ຄົນ.

