ສູນຄົ້ນຄວ້າພາສາລາວ

ສູນຄົ້ນຄວ້າພາສາລາວມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້ານະໂຍບາຍ ແລະ ນິຕິກຳກ່ຽວກັບຫຼັກການໃນການນໍາໃຊ້ພາສາລາວ;

2. ຄົ້ນຄວ້າຫຼັກພາສາລາວ (ໄວຍາກອນລາວ) ແລະ ປະມວນຄໍາສັບໃໝ່;

3. ກຳນົດຫຼັກເກນໃນການນໍາໃຊ້ພາສາລາວ ເປັນຕົ້ນ ການອ່ານ, ການຂຽນ, ວັດທະນະທຳການໃຊ້ພາສາ ແລະ ອື່ນໆ;

4. ຄົ້ນຄວ້າ ແລະ ພັດທະນາ ຫຼັກສູດ, ປື້ມແບບຮຽນ, ຄູ່ມືຄູ່ ແລະ ສື່ການຮຽນ-ການສອນ ພາສາລາວ ແລະ ວັນນະຄະດີ ສໍາລັບສາມັນສຶກສາ;

5. ຄົ້ນຄວ້າວິທີສອນ ແລະ ສື່ການສອນພາສາລາວສໍາລັບນັກຮຽນຊົນເຜົ່າ;

6. ຄົ້ນຄວ້າຮຽບຮຽງເອກະສານ ຄໍາສັບທີ່ມັກຂຽນຜິດ, ຄໍາທີ່ໃຊ້ໄດ້ຫຼາຍແບບ, ຄໍາສັບພາສາຕ່າງປະເທດ ແລະ ອື່ນໆ;

7. ຄົ້ນຄວ້າຮຽບຮຽງປຶ້ມວັດຈະນານຸກົມພາສາລາວ;

8. ຄົ້ນຄວ້າຮຽບຮຽງປະຫວັດວັນນະຄະດີລາວ ແລະ ແປບົດວັນນະຄະດີຕ່າງປະເທດຮັບໃຊ້ການຮຽນ ການສອນຕາມຫຼັກສູດສາມັນສຶກສາ ແລະ ການສຶກສາຊັ້ນສູງ;

9. ປະສານສົມທົບກັບບັນດາ ພະແນກ, ຫ້ອງສະໝຸດ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງ ຍະບັດໜ້າທີ່ວຽກງານ;

10. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ ໃຫ້ຄະນະອຳນວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;

11. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະສະຖາບັນ.

ຂໍ້ມູນເພີ່ມຕື່ມ