ຫ້ອງສະໝຸດມີໜ້າທີ່ດັ່ງນີ້:
1. ພັດທະນາ ແລະ ບໍລິຫານຫ້ອງສະໝຸດຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ;
2. ບໍລິການປຶ້ມອ່ານ ແລະ ເອກະສານອ້າງອີງ ໃຫ້ແກ່ຜູ້ໃຊ້ບໍລິການພາຍໃນ ແລະ ນອກສະຖາບັນ;
3. ພັດທະນາ ແລະ ບໍລິຫານຫ້ອງມູນເຊື້ອຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ;
4. ປະກອບສ່ວນພັດທະນາຫ້ອງສະໝຸດ ແລະ ຫ້ອງອ່ານໃນໂຮງຮຽນອະນຸບານ ແລະ ໂຮງຮຽນສາມັນສຶກສາ;
5. ປະສານສົມທົບກັບບັນດາ ພະແນກ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານ;
6. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ ໃຫ້ຄະນະອຳນວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
7. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະສະຖາບັນ.
