ສະຖາບັນຄົ້າຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປັບປຸງປຶ້ມແບບຮຽນ
ວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ.1 ພາຍໃຕ້ໂຄງການໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP) ເພື່ອຍົກສູງຄຸນນະພາບການສຶກສາ, ສົ່ງເສີມທັກຊະການວິເຄາະ, ການແກ້ໄຂບັນຫາ ແລະ ຄວາມຄິດສ້າງສັນຂອງນັກຮຽນ ໃຫ້ສອດຄ່ອງກັບຍຸກສັດຕະວັດທີ 21 ພ້ອມຈະນຳໃຊ້ເຂົ້າໃນການຮຽນການສອນ ໃນສົກຮຽນ 2026-2027 ນີ້.
ກອງປະຊຸມດັ່ງກ່າວ, ແມ່ນໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2025 ທີ່ຫ້ອງປະຊຸມສະໂມສອນໄຟຟ້ານຳ້ງື່ມ1 ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າຂະແໜງ, ຜູ້ຕາງໜ້າຈາກກົມສາມັນສຶກສາ, ກົມການເງິນ ພ້ອມດ້ວຍຜູ້ຊ່ຽວຊານຄູ-ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ, ໂຮງຮຽນພອນສະຫວັນແຫ່ງຊາດ, ມສ ວຽງຈັນ, ພະນັກງານອາວຸໂສບຳນານ, ຜູ້ຊ່ຽວຊານໂຄງການ ແລະ ຄະນະຮັບຜິດຊອບວຽກງານດັ່ງກ່າວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ອຸທິດ ທິບມະນີ ໄດ້ກ່າວໃຫ້ຮູ້ວ່າ: ໃນໄລຍະປີ 2021-2024 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP) ໄດ້ສຳເລັດການພັດທະນາຫຼັກສູດ ແລະ ປັບປຸງປຶ້ມຄູ່ມືຄູ ສຳລັບວິຊາບູລິມະສິດຊັ້ນມັດທະຍົມສຶກສາ ແຕ່ຂັ້ນ ມ.1-ມ.7 ຊຶ່ງກອງປະຊຸມຄັ້ງນີ້ເປັນການສືບຕໍ່ ແລະ ສຸມໃສ່ການປັບປຸງປຶ້ມແບບຮຽນຂັ້ນ ມ.1 ປະກອບມີ ວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ໃຫ້ສອດຄ່ອງ ແລະ ແທດເໝາະກັບຫຼັກສູດ ແລະ ປຶມຄູ່ມືຄູສະບັບປັບປຸງໃໝ່ ຊຶ່ງຜູ້ເຂົ້າຮ່ວມໄດ້ຈັດແບ່ງອອກເປັນກຸ່ມຍ່ອຍຕາມລາຍວິຊາ ພ້ອມກັນລະດົມຄວາມຄິດແລກປ່ຽນບົດຮຽນ ປັບປຸງເນື້ອໃນ ການຈັດວາງ ແລະ ກິດຈະກຳອື່ນໆ ໃຫ້ມີຄວາມເປັນເອກະພາບ ແລະ ແທດເໝາະກັບການພັດທະນາຜູ້ຮຽນໃນຍຸກສັດຕະວັດທີ 21 ແນໃສ່ຍົກສູງຄຸນນະພາບການສຶກສາລະດັບຊັ້ນມັດທະຍົມຊອກຫາຄວາມຮູ້ດ້ວຍຕົນເອງສາມາດນຳໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນມາເຂົ້າໃນຊີວິດປະຈຳວັນ ແລະ ປະກອບອາຊີບໄດ້ຢ່າງມີປະສິດທະພາບ. ແນວໃດກໍຕາມ, ທ່ານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄຳນຶງເຖິງດ້ານເນື້ອໃນໃຫ້ເໝາະສົມກັບຮູບພາບປະກອບ ເພື່ອໃຫ້ສອດຄ່ອງກັບຫຼັກສູດ ແລະ ປຶ້ມຄູ່ມືຄູ ການນຳໃຊ້ຄຳສັບໃນພາສາລາວໃຫ້ເປັນເອກະພາບ, ການກຳນົດຮູບແບບ ແລະ ຂະໜາດຕົວໜັງສືໃຫ້ເໝາະສົມກັບມາດຖານໜ້າເຈ້ຍທີ່ວາງໄວ້ ແລະ ໃຫ້ແທດເໝາະກັບງົບປະມານທີ່ວາງໄວ້ ພ້ອມກັນແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາເພື່ອໃຫ້ປຶ້ມແບບຮຽນແຕ່ລະວິຊາມີເນື້ອໃນທີ່ຄົບຖ້ວມ ສົມບູນ ກຽມພ້ອມເຂົ້າໃນການຈັດພິມ ແລະນຳໃຊ້ໃນສົກຮຽນ 2026-2027 ທີ່ຈະມາເຖິງນີ້.

ພາບ-ຂ່າວ: ບຸນທະວີ ນະວົງສາ
