7 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ)

7 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ)

 

7f84b9f7 117f 4df5 8f58 a50651a55a9b

ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ພ້ອມທັງຈັດພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ພາຍໃນສະຖາບັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ໃຫ້ເຕັມໄປດ້ວຍບັນຍາກາດທີ່ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ແລະ ເບີກບານມ່ວນຊື່ນ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 6 ຕຸລາ 2025 ທີ່ຫ້ອງປະຊຸມໃຫຍ່ ສວສ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ວົງເພັດ ອຸດົມລິດ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ ສວສ, ສະຫາຍ ອຸທິດ ທິບມະນີ ຜູ້ຊີ້ນຳລວມ, ຮອງຜູ້ອຳນວຍການ ສວສ ແລະ ສະຫາຍ ນາງ ມະໂນລີ ດົງວັນ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ ສວສ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກສູນ, ຄະນະໜ່ວຍພັກ, ຄະນະພະແນກ, ຄະນະຂະແໜງ, 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ, ພະນັກງານບຳນານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ນາງ ມະໂນລີ ດົງວັນ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂອງໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງ ສສກ, ສະບັບເລກທີ 162/ຄພສກ, ລົງວັນທີ 30 ເມສາ 2025 ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ທັງ 7 ໜ່ວຍພັກ ຄື: ໜ່ວຍພັກສູນພັດທະນາຫຼັກສູດ, ໜ່ວຍພັກສູນພັດທະນາສື່ການຮຽນການສອນ, ໜ່ວຍພັກສູນສົ່ງເສີມພາສາຕ່າງປະເທດ, ໜ່ວຍພັກສູນຄົ້ນຄວ້າປະເມີນຜົນການສຶກສາ, ໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ໜ່ວຍພັກພະແນກບໍລິການ ແລະ ຫ້ອງສະໝຸດ ແລະ ໜ່ວຍພັກສູນຄົ້ນຄວ້າພາສາລາວ.

ໃນພິທີ ຍັງໄດ້ມອບນາມມະຍົດພັດທະນາດີເດັ່ນໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈຳນວນ 80 ທ່ານ, ຍິງ 33 ທ່ານ ພ້ອມມອບໃບຍ້ອງຍໍຂັ້ນກະຊວງໃຫ້ແກ່ບຸກຄົນ ຈຳນວນ 51 ທ່ານ, ຍິງ 26 ທ່ານ.

ໃນໂອກາດດຽວກັນ, ສວສ ກໍຍັງໄດ້ຈັດພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ຈຳນວນ 3 ທ່ານ ຄື: ທ່ານ ນາງເພັດສະໝອນ ສີບຸນເຮືອງ ຮອງຜູ້ອຳນວຍການສູນພັດທະນາຫຼັກສູດ, ທ່ານ ນາງ ບຸນລ້ອມ ສີບຸນເຮືອງ ຫົວໜ້າຂະແໜງພາສາລາວ ແລະ ວັນນະຄະດີ ສູນຄົ້ນຄວ້າພາສາລາວ ແລະ ທ່ານ ນາງ ແສງມະນີ ສີພັນທະລົບ ຮອງຜູ້ອຳນວຍການສູນພັດທະນາຫຼັກສູດ.

ພ້ອມກັນນັ້ນ, ກໍຍັງໄດ້ມີການແຂ່ງຂັນກິລາເປຕັງ ມິດຕະພາບ ພາຍໃນ ສວສ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ 2025 ຄົບຮອບ 31 ປີ ຢ່າງເປັນຂະບວນການຟົດຟື້ນ, ເບີກບານ ແລະ ມ່ວນຊື່ນອີກດ້ວຍ.

ພາບ-ຂ່າວໂດຍ: ສົງການ ພັນແພງດີ