ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ຖ່າຍທຳເລື່ອງການສະໜັບສະໜູນຈາກຄອບຄົວ ແລະ ຊຸມຊົນ
ໃນແຜນການໂຄສະນາສົ່ງເສີມການສຶກສາແຫ່ງຊາດ ໃນລະຫວ່າງວັນທີ 8-11 ທັນວາ 2025 ທີ່ເມືອງໂພນໂຮງ ແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄໍລີນ ຈາວາລີ ຫົວໜ້າຝ່າຍສື່ສານ ແລະ ຜະລິດວີດີໂອແຜນງານບີຄວາ ພ້ອມດ້ວຍທີມງານຖ່າຍທຳຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນນັກສະແດງເຂົ້າຮ່ວມ.
ແຜນການໂຄສະນາບົດເລື່ອງດັ່ງກ່າວ, ແມ່ນເວົ້າກ່ຽວກັບການສ້າງວິໄສທັດຮ່ວມກັນ ເມື່ອຊຸມຊົນເຫັນໄດ້ຄຸນຄ່າແກ່ການຮຽນ, ເດັກນ້ອຍຈະໄດ້ຮັບທັກສະທີ່ເຂົາເຈົ້າຕ້ອງການ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງ ແລະ ປະເທດຊາດຂອງພວກເຮົາ ກໍຈະມີຄວາມເຂັ້ມແຂງຂຶ້ນໄດ້ ດ້ວຍການສະແດງໃຫ້ເຫັນວ່າ ຄູສອນ, ຄອບຄົວ ແລະ ຊຸມຊົນ ຈະສາມາດເຮັດວຽກຮ່ວມກັນໄດ້ແນວໃດ ແລະ ພວກເຮົາຈະແນໃສ່ປັບປ່ຽນທັດສະນະຄະຕິ ແລະ ເຮັດໃຫ້ການສຶກສາເປັນບູລິມະສິດຫຼັກ ສຳລັບທຸກຄອບຄົວໄດ້ແນວໃດ.

ການຖ່າຍທຳຄັ້ງນີ້, ໄດ້ຈັດຂຶ້ນໃນສະຖານທີ່ຕ່າງໆທັງໃນໝູ່ບ້ານ ລວມທັງໂຮງຮຽນປະຖົມ, ສວນຂອງໝູ່ບ້ານ, ເຮືອນຂອງຄອບຄົວ, ຮ້ານຂາຍເຝີຂອງທ້ອງຖິ່ນ, ສະຖານທີ່ປະຊຸມຂອງວັດ ແລະ ໂຮງໝໍເມືອງ, ການມີສ່ວນຮ່ວມຂອງທ້ອງຖິ່ນ ແມ່ນເຂັ້ມແຂງຫຼາຍ ສະມາຊິກຊຸມຊົນຫຼາຍກວ່າ 80 ຄົນ ໄດ້ອາສາສະໝັກເຂົ້າຮ່ວມການສະແດງໃນເລື່ອງດັ່ງກ່າວ, ພ້ອມກັບນັກຮຽນ ແລະ ຄູສອນອີກເກືອບ 200 ຄົນ ຈາກໂຮງຮຽນທີ່ເຂົ້າຮ່ວມການຖ່າຍທຳ, ທີມງານຖ່າຍທຳ ໄດ້ເຮັດວຽກຢ່າງໃກ້ຊິດກັບພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມທັງສູນສົ່ງເສີມການສຶກສາຮຽນຮ່ວມຂອງກະຊວງສຶກສາທິການ ແລະ ກິລາ ເພື່ອຮັບປະກັນໃຫ້ນັກສະແດງ ມີສ່ວນຮ່ວມ ແລະ ການຖ່າຍທຳສົມຈິງ, ລວມທັງນາຍບ້ານທີ່ເປັນຜູ້ຍິງ ແລະ ຕົວລະຄອນຫຼັກທີ່ມີຄວາມພິການທາງຮ່າງກາຍທີ່ສະແດງໂດຍນັກສະແດງສອງຄົນ (ນັກຮຽນ ແລະ ຄູສອນ).
ສຳລັບແຜນການໂຄສະນາສົ່ງເສີມການສຶກສາດັ່ງກ່າວນີ້, ປະກອບມີວິດີໂອຈຳນວນສີ່ເລື່ອງທີ່ນຳເອົານັກຮຽນ, ພໍ່ແມ່ຜູ້ປົກຄອງ, ຄູສອນ ແລະ ຜູ້ນຳຊຸມຊົນ ມາເຮັດວຽກຮ່ວມໃຈກັນ ເພື່ອປັບປ່ຽນຄວາມຮັບຮູ້ ກ່ຽວກັບຄຸນຄ່າຂອງການສຶກສາ, ສອງຕອນທຳອິດໄດ້ຖືກສາຍອອກອາກາດໃນທົ່ວປະເທດຜ່ານທາງໂທລະພາບ, ຜ່ານທາງສື່ສັງຄົມອອນລາຍ ແລະ ແຈກຢາຍໃຫ້ພະນັກງານສຶກສາ, ຄູສອນ ແລະ ຜູ້ສະໜັບສະໜູນວຽກຊຸມຊົນ ເພື່ອສະໜັບສະໜູນການເຜີຍແຜ່ຂໍ້ມູນໃນທ້ອງຖິ່ນ ກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມງານຂອງຕົນ ໄດ້ຊຸກຍູ້ໃຫ້ທຸກຄົນທຳການແບ່ງປັນເນື້ອໃນວິດີໂອຕອນຕ່າງໆຢ່າງກວ້າງຂວາງ ເພື່ອໃຫ້ສາມາດເຂົ້າເຖິງຜູ້ຊົມໃນໝູ່ບ້ານ, ໃນເມືອງ ແລະ ໃນແຂວງ.

ການຖ່າຍທຳຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານທາງແຜນງານບີຄວາ ເປັນບົດເລື່ອງທີ 4 ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຜະລິດໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຂອງ ສວສ, ຕອນທີສີ່ນີ້ມີຊື່ວ່າ: "ບ້ານທີ່ໃຫ້ຄວາມສຳຄັນກັບການສຶກສາ", ຈະນຳສະເໜີກ່ຽວກັບການຕອບສະໜອງທີ່ໜ້າປະທັບໃຈ ແລະ ນຳພາໂດຍຊຸມຊົນ ເພື່ອແກ້ໄຂອັດຕາການເຂົ້າຮຽນທີ່ຫຼຸດລົງ ແລະ ສະແດງໃຫ້ເຫັນວ່າ: ການຮ່ວມມືກັນ ຈະສາມາດຮັບປະກັນອະນາຄົດທີ່ດີກວ່າເກົ່າ ຂອງເດັກນ້ອຍໄດ້ແນວໃດ.
ພ້ອມດຽວກັນນັ້ນ, ທາງກະຊວງສຶກສາທິການ ແລະ ກິລາ ແລະ ແຜນງານບີຄວາ ຍັງໄດ້ມອບອຸປະກອນການຮຽນ ແລະ ອຸປະກອນກິລາ ໃຫ້ໂຮງຮຽນເພື່ອນໍາໃຊ້ເຂົ້າໃນການຮຽນການສອນ ແລະ ແຈກຢາຍນ້ອງນັກຮຽນ ທັ້ງນີ້, ກໍເພື່ອເປັນການປະກອບສ່ວນຊຸກຍູ້ສົງເສີມການຮຽນການສອນໃຫ້ດີຂຶ້ນ.

ບົວລະພາ
