ໃນລະຫວ່າງວັນທີ 7-10 ທັນວາ 2025 ຄະນະຜູ້ແທນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສປປ ລາວ ລວມທັງໝົດຈຳນວນ 70 ທ່ານ
ນຳພາຄະນະໂດຍ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ແລະ ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມນີ້ຍັງມີ ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ, ພະນັກງານວິຊາການຂອງກົມວິຊາການທີ່ກ່ຽວຂ້ອງ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ພະແນກ ສກຂ, ຫ້ອງການ ສກມ, ຜູ້ອຳນວຍການ ໂຮງຮຽນ ແລະ ຄູສອນ ຊັ້ນປະຖົມສຶກສາ ຈາກນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ໄດ້ເຂົ້າຮ່ວມການໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ.

ຈຸດປະສົງການໄປຄັ້ງນີ້ ແມ່ນເພື່ອໃຫ້ບັນດາຄູສອນໄດ້ແລກປ່ຽນບົດຮຽນ ແລະ ເບີ່ງການຮຽນ ການສອນຕົວຈິງ ໃນການສ້າງຂໍ້ສອບ SEA-PLM ຂອງ ສສ ຫວຽດນາມ ແລະ ເພື່ອສ້າງຄວາມເຂັ້ມແຂງກ່ຽວກັບການສ້າງຂໍ້ສອບແບບ SEA-PLM ໃຫ້ຄູສອນຊັ້ນປະຖົມສຶກສາ ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ. ຊຶ່ງມີຄູໂຮງຮຽນປະຖົມຈາກ 4 ເມືອງຂອງນະຄອນຫຼວງວຽງຈັນ ແລະ ຄູໂຮງຮຽນປະຖົມຈາກແຂວງຫຼວງພະບາງ (ນະຄອນຫລວງພະບາງ) ແລະ ໄດ້ໄປທັດສະນະແລກປ່ຽນບົດຮຽນ ທີ່ແຂວງຫ່າຕິ່ງ ແລະ ແຂວງເຫງ້ອານ ສສ ຫວຽດນາມ ພ້ອມທັງຖາມຕອບ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອມາໝູນໃຊ້ເຂົ້າໃນວຽກງານການຈັດການຮຽນ ການສອນ ຂອງຄູສອນຊັ້ນປະຖົມ ໃນ ສປປ ລາວ ໂດຍສະເພາະການສ້າງຂໍ້ສອບ ການປະເມີນຜົນການຮຽນຂອງນັກຮຽນຊັ້ນປະຖົມ ໃນພາກພື້ນອາຊຽນ SEA-PLM ( Southeast Asia Primary Learning Metrics). ທ້າຍສຸດຂອງການໄປທັດສະນະ ກໍໄດ້ມີການສະຫລຸບຕີລາຄາ ໃນການສືບຕໍ່ວຽກງານ ການຮ່ວມມືກັນລະຫວ່າງ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ (ກົມຄຸ້ມຄອງຄຸນນະພາບການສຶກສາ) ແລະ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ກົມປະກັນຄຸນນະພາບການສຶກສາ) ເພື່ອໃຫ້ຄຸນນະພາບການສຶກສາຂອງປະເທດລາວເຮົາ ນັບມື້ດີຂຶ້ນເລື້ອຍໆ.

