ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ

ໜ້າທີ່ຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ມີດັ່ງນີ້:

1. ໂຄສະນາຜົນງານ, ການເຄື່ອນໄຫວ ແລະ ການປະຕິບັດພາລະກິດ ຂອງຄະນະນໍາຂັ້ນຕ່າງໆ, ນໍາສະເໜີ ກ່ຽວກັບການພັດທະນາວຽກງານການສຶກສາ, ການແຂ່ງຂັນ, ຕົວແບບ, ພອນສະຫວັນ, ການສົ່ງເສີມ ຫົວຄິດປະດິດສ້າງ ຂອງພະນັກງານ, ລັດຖະກອນ, ຄູອາຈານ, ນັກຮຽນນັກສຶກສາ ແລະ ນັກກິລາທັງ ພາຍໃນ ແລະ ຕ່າງປະເທດ;

2. ຜະລິດ ແລະ ຈຳໜ່າຍວາລະສານ ແລະ ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ; ຜະລິດ ແລະ ອອກອາກາດລາຍການວິທະຍຸ ແລະ ໂທລະພາບສຶກສາ ແລະ ກິລາ (Lao ESTV);

3. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຄົ້ນຄວ້າ, ພັດທະນາ, ທົດລອງ, ນໍາໃຊ້ ແລະ ປະເມີນຜົນ ສື່ຕ່າງໆ ທີ່ພັດທະນາຂຶ້ນໃໝ່ ໃນແຕ່ລະໄລຍະ;

ປະສານສົມທົບກັບສື່ມວນຊົນພາຍນອກ ໃນການຈັດການຖະແຫຼ່ງຂ່າວ ຜ່ານສື່ສິ່ງພິມ, ວິທະຍຸ, ໂທລະພາບ ແລະ ມ່ນນັດ ເພື່ອປະຊາສຳພັນ ແລະ ເຜີຍແຜ່ຂ່າວສານຂອງບັນດາຫ້ອງການ, ກົມ, ສະຖາບັນ, ສຳນັກ ພິມສຶກສາ ແລະ ກິລາ, ສູນ ແລະ ພາກສ່ວນຕ່າງໆ ພາຍໃນສໍານັກກະຊວງ;

5. ເປັນກະບອກສຽງ ເພື່ອຕອບໂຕ້ຢ່າງທັນການ ກ່ຽວກັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ, ໃສ່ຮ້າຍປ້າຍສີຫວັງທຳ ລາຍ ແລະ ມ້າງເພ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ພ້ອມທັງສ່ອງແສງຕຳນິວິຈານປາກົດການ ຫຍໍ້ທໍ້ຕ່າງໆ;

6. ຄຸ້ມຄອງ, ກວດກາ ທາງດ້ານເນື້ອໃນ ແລະ ວິຊາການ ລວມທັງການເຄື່ອນໄຫວ ວຽກງານໜັງສືພິມ (ນັບທັງ ໜັງສືພິມອອນລາຍ), ວາລະສານ, ລາຍການວິທະຍຸ ແລະ ໂທລະພາບສຶກສາ ແລະ ກິລາ (Lao ESTV);

7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ການສອນຜ່ານທາງວິທະຍຸ ແລະ ໂທລະພາບ;

8. ປະສານສົມທົບກັບບັນດາ ພະແນກ, ຫ້ອງສະໝຸດ ແລະ ສູນ ພາຍໃນສະຖາບັນ ໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານ;

9. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ ໃຫ້ຄະນະອໍານວຍການ ແລະ ຂັ້ນເທິງຊາຍ ໃນແຕ່ລະໄລຍະ.

10. ປະ​ຕິ​ບັດ​ໜ້າ​ທີ່​ອື່ນ ຕາມ​ການມອບ​ໝາຍ​ຂອງ​ຄະ​ນະ​ສະ​ຖາ​ບັນ.

ຂໍ້ມູນເພີ່ມຕື່ມ