ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ຖ່າຍທຳເລື່ອງການສະໜັບສະໜູນຈາກຄອບຄົວ ແລະ ຊຸມຊົນ
7 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ)
ເປີດກອງປະຊຸມຮັບຮອງເນື້ອໃນປື້ມວັດຈະນານຸກົມພາສາລາວ ຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 22-24 ເມສາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ພັນຄຳ ວິພາວັນ ທີ່ປຶກສາຄະນະຮັບຜິດຊອບໂຄງການຄົ້ນຄວ້າຮຽບຮຽງ ວັດຈະນານຸກົມພາສາລາວ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍອະດີດການນໍາພັກ-ລັດ, ຄະນະກໍາມະການຮັບຮອງ, ຜູ້ຕາງໜ້າຈາກກະຊວງ ແລະ ອົງການທຽບເທົ່າກະຊວງ, ພຣະສົງ, ຜູ້ຊ່ຽວຊານ ຄະນະທີ່ປຶກສາ ແລະ ຄະນະຮຽບຮຽງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນກວດກາ, ພິຈາລະນາ ແລະ ຮັບຮອງເອົາເນື້ອໃນອັນເປັນໝາກຜົນຂອງການຄົ້ນຄວ້າຢ່າງເປັນທາງການ ຊຶ່ງການສ້າງວັດຈະນານຸກົມຫົວນີ້ ແມ່ນບາດກ້າວທີ່ສຳຄັນໃນການຮັກສາ, ພັດທະນາ ແລະ ເປັນບ່ອນອີງທີ່ເປັນເອກະພາບ ໃຫ້ແກ່ການຄົ້ນຄວ້າຮ່ຳຮຽນຂອງຄົນຮຸ່ນຫຼັງ. ປຶ້ມເຫຼັ້ມນີ້ແມ່ນໝາກຜົນຂອງຄວາມມານະອົດທົນ ແລະ ການທຸ່ມເທສະຕິປັນຍາຂອງຄະນະກຳມະການຮຽບຮຽງມາເປັນເວລາດົນນານ. ຜ່ານຂະບວນການຄົ້ນຄວ້າ, ລົງເກັບກຳຂໍ້ມູນ, ວິໄຈ ແລະ ກວດແກ້ຢ່າງລະອຽດຖີ່ຖ້ວນ ຫຼາຍຂັ້ນຫຼາຍຕອນ ນັບຕັ້ງແຕ່ຂັ້ນຕອນກະກຽມເກັບກໍາຂໍ້ມູນ ແລະ ສ້າງໂຄງຮ່າງປຶ້ມ ໃນເດືອນກໍລະກົດ ປີ 2022 ເປັນຕົ້ນມາ ຜ່ານໄລຍະການຮິບໂຮມ, ຄັດເລືອກປະມວນຄໍາສັບ ແລະ ຮຽບຮຽງຂັ້ນບຸກຄົນ, ກວດຜ່ານໃນກຸ່ມ, ກວດແກ້ຈາກຄະນະກວດແກ້ ແລະ ກວດພິສູດອັກສອນ, ໄດ້ຜ່ານຂະບວນການປັບປຸງຄືນຫຼາຍຫຼົບຫຼາຍຕ່າວ ເພື່ອໃຫ້ໄດ້ເນື້ອໃນທີ່ຖືກຕ້ອງຕາມຫຼັກການວິທະຍາສາດ ແລະ ແທດເໝາະກັບຍຸກສະໄໝ. ປັດຈຸບັນ ໄດ້ສໍາເລັດການສ້າງຕົ້ນສະບັບປຶ້ມທີ່ສາມາດນໍາມາຜ່ານຄະນະກໍາມະການຮັບຮອງ ທີ່ມີເນື້ອໃນຫຼັກ ຈໍານວນ 1.200 ໜ້າ ນອກນັ້ນກໍຍັງມີເອກະສານພາກຜະໜວກ ພາກເພີ່ມເຕີມທີ່ສໍາຄັນປະກອບຕື່ມອີກຈໍານວນໜຶ່ງ.
ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະຈຳສປປ ລາວ ນຳໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
ໃນລະຫວ່າງວັນທີ 7-10 ທັນວາ 2025 ຄະນະຜູ້ແທນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສປປ ລາວ ລວມທັງໝົດຈຳນວນ 70 ທ່ານ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກົມສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ
- ສວສ ຄົ້ນຄວ້າກຳນົດຂອບເນື້ອໃນຫຼັກສູດທ້ອງຖິ່ນ ການອະນຸລັກຮັກສາມໍລະດົກໂລກ ນະຄອນຫຼວງພະບາງ ສຳລັບຊັ້ນປະຖົມ-ມັດທະຍົມຕອນຕົ້ນ
- ສວສ ຈັດກອງປະຊຸມປັບປຸງປຶ້ມແບບຮຽນວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ.1
- ສສກ ສ້າງສື່ການຮຽນການສອນໃໝ່ທີ່ສົ່ງເສີມການຮຽນຮ່ວມ ສຳລັບນັກຮຽນທີ່ເລີ່ມຮຽນພາສາລາວໃໝ່ ເມື່ອເລີ່ມເຂົ້າໂຮງຮຽນ
- ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ
